ກິດຈະກຳທີ່ຈະມາເຖິງ
ການຍົກລະດັບວຽກງານຄົ້ນຄວ້າວິທະຍາສາດດ້ວຍ AI
ຫລັກສູດ 5 ວັນ ສໍາລັບພະນັກງານຄູ-ອາຈານ ແລະ ນັກຄົ້ນຄວ້າວິໄຈ ມະຫາວິທະຍາໄລແຫ່ງຊາດ
| ຊື່ຫລັກສູດ: | ການຍົກລະດັບວຽກງານຄົ້ນຄວ້າວິທະຍາສາດດ້ວຍ AI |
| ໄລຍະ: | 5 ວັນ (30 ຊົ່ວໂມງ) ວັນທີ 17-21/08/2026 |
| ກຸ່ມເປົ້າໝາຍ: | ພະນັກງານຄູ-ອາຈານ ແລະ ນັກຄົ້ນຄວ້າວິໄຈ ມະຫາວິທະຍາໄລແຫ່ງຊາດ |
| ສະຖານທີ່: | ຫ້ອງຝຶກອົບຮົມ (ຕຶກເຕ) ສູນເຕັກໂນໂລຊີຂໍ້ມູນຂ່າວສານ, ມະຫາວິທະຍາໄລແຫ່ງຊາດ |
| ຈໍານວນຜູ້ເຂົ້າຮ່ວມ: | 40 ທ່ານ |
| ວິທະຍາກອນ: | ປທ. ນິລັນກຸນ ສິງປຣະເສີດ | ປອ. ແກ້ວພູທ່ອນ ຫາທະລົງ| ປທ. ຈັນສຸດา ເພັດສີຣິແສງ |
1. ພາບລວມ (Overview)
ໃນຍຸກປັດຈຸບັນ, ວຽກງານຄົ້ນຄວ້າວິທະຍາສາດຮຽກຮ້ອງໃຫ້ມີການເຂົ້າເຖິງ, ວິເຄາະ ແລະ ຮຽບຮຽງຂໍ້ມູນຈຳນວນມະຫາສານ ເຊິ່ງຕ້ອງໃຊ້ເວລາ ແລະ ຄວາມລະອຽດອ່ອນສູງ. ຫຼັກສູດນີ້ຈຶ່ງຖືກອອກແບບມາເພື່ອຍົກລະດັບທັກສະຂອງຄູ-ອາຈານ ແລະ ນັກຄົ້ນຄວ້າ ໃຫ້ສາມາດນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ເຂົ້າເປັນ "ຜູ້ຊ່ວຍອັດສະລິຍະ" ໃນທຸກຂັ້ນຕອນຂອງການເຮັດບົດຄົ້ນຄວ້າຢ່າງມີລະບົບ ແລະ ມີປະສິດທິພາບ.
ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ວິທີການຫັນປ່ຽນຂະບວນການເຮັດວຽກແບບດັ້ງເດີມ ໃຫ້ມີຄວາມວ່ອງໄວ ແລະ ຖືກຕ້ອງກວ່າເກົ່າ ໂດຍຜ່ານການຝຶກປະຕິບັດຕົວຈິງກັບເຄື່ອງມືດິຈິຕອນທີ່ທັນສະໄໝ ເຊິ່ງກວມເອົາ 4 ດ້ານຫຼັກ ຄື:
ການຄົ້ນຫາ ແລະ ກວດສອບ: ວິທີການຊອກຫາເອກະສານວິຊາການ ແລະ ປະເມີນຄວາມໜ້າເຊື່ອຖືຂອງແຫຼ່ງຂໍ້ມູນຢ່າງຊັດເຈນ (ຜ່ານເຄື່ອງມື Perplexity).
การວິເຄາະ ແລະ ສະຫຼຸບປະເດັນ: ເտັກນິກການຍ່ອຍເນື້ອຫາ ແລະ ປຽບທຽບຂໍ້ມູນຈາກກອງເອກະສານ ຫຼື ປຶ້ມໜາໆ ໃຫ້ເຂົ້າໃຈງ່າຍໃນເວລາອັນສັ້ນ (ຜ່ານເຄື່ອງມື NotebookLM ແລະ Gemini).
ການຈັດການເອກະສານອ້າງອີງ: ການສ້າງລະບົບຈັດເກັບໄຟລ໌ຂໍ້ມູນ ແລະ ການໃສ່ບົດອ້າງອີງໃນບົດຂຽນໂດຍອັດຕະໂນມັດ ເພື່ອປ້ອງກັນຂໍ້ຜິດພາດ (ຜ່ານລະບົບ Mendeley).
ການສື່ສານ ແລະ ນຳສະເໜີ: ການປ່ຽນຂໍ້ມູນວິຊາການທີ່ຊັບຊ້ອນໃຫ້ກາຍເປັນສື່ພາບ, ໂປສເຕີ ແລະ ສະໄລ້ຜົນງານ ທີ່ມີຄວາມເປັນມືອາຊີບ (ຜ່ານເຄື່ອງມື HTML & Canva).
ເນື້ອຫາຂອງຫຼັກສູດບໍ່ໄດ້ເນັ້ນໜັກພຽງແຕ່ດ້ານເຕັກນິກ, ແຕ່ໃຫ້ຄວາມສຳຄັນສູງສຸດຕໍ່ "ຈັນຍາບັນທາງວິຊາການ" (Academic Ethics) ເພື່ອໃຫ້ໝັ້ນໃຈວ່າ ນັກຄົ້ນຄວ້າສາມາດໃຊ້ AI ເປັນເຄື່ອງມືສະໜັບສະໜູນການຄິດວິເຄາະຂອງຕົນເອງ ເພື່ອສ້າງສັນຜົນງານທີ່ມີຄຸນນະພາບ, ຖືກຕ້ອງຕາມຫຼັກການວິທະຍາສາດ ແລະ ປ້ອງກັນການລອກກ່າຍຜົນງານ (Plagiarism) ຢ່າງເດັດຂາດ.
2. ຈຸດປະສົງ (Objectives)
• ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດຄົ້ນຫາ ເອກະສານວິຊາການໃນລະດັບສາກົນ ແລະ ມີທັກສະໃນການກວດສອບ, ປະເມີນຄວາມໜ້າເຊື່ອຖືຂອງແຫຼ່ງຂໍ້ມູນໄດ້ຢ່າງຖືກຕ້ອງ (Information Evaluation) ໂດຍຜ່ານລະບົບຄົ້ນຫາອັດສະລິຍະ.
• ເພື່ອໃຫ້ສາມາດວິເຄາະ ແລະ ສະຫຼຸບປະເດັນ ສຳຄັນຈາກບົດຄວາມວິໄຈ ຫຼື ເອກະສານຄົ້ນຄວ້າໜາໆ ພ້ອມທັງປຽບທຽບເນື້ອຫາຂອງແຕ່ລະແຫຼ່ງຂໍ້ມູນໄດ້ໃນເວລາອັນສັ້ນ ໂດຍໃຊ້ AI ເປັນຜູ້ຊ່ວຍຍ່ອຍຂໍ້ມູນ.
• ເພື່ອພັດທະນາທັກສະການຮ່າງໂຄງຮ່າງ ບົດຄົ້ນຄວ້າ, ການວາງໂຄງສ້າງຂໍ້ສະເໜີໂຄງການ (Research Proposal) ແລະ ການຮຽບຮຽງການທົບທວນເອກະສານທີ່ກ່ຽວຂ້ອງ (Literature Review) ໃຫ້ມີໂຄງສ້າງທີ່ຖືກຕ້ອງຕາມຫຼັກວິຊາການ.
• ເພື່ອໃຫ້ສາມາດຈັດລະບຽບຄັງຂໍ້ມູນ ໄຟລ໌ PDF ແລະ ການໃສ່ລະບົບອ້າງອີງ (Citation) ເຂົ້າໃນບົດຂຽນໃນໂປຣແກຣມ Word ໂດຍອັດຕະໂນມັດ ຢ່າງເປັນລະບົບ ແລະ ວ່ອງໄວ ເພື່ອປ້ອງກັນຂໍ້ຜິດພາດ.
• ເພື່ອໃຫ້ສາມາດອອກແບບສື່ພາບ ໂປສເຕີສະຫຼຸບຍໍ້ (Research Poster) ແລະ ສະໄລ້ນຳສະເໜີຜົນງານຄົ້ນຄວ້າວິທະຍາສາດ ໃຫ້ມີຄວາມສວຍງາມ, ໂດດເດັ່ນ ແລະ ເົ້າໃຈງ່າຍ ສຳລັບການນຳສະເໜີໃນກອງປະຊຸມວິຊາການ.
• ເພື່ອປູກຝັງຈັນຍາບັນທາງວິຊາການ ແລະ ຄວາມຮັບຜິດຊອບໃນການນຳໃຊ້ AI, ຮັບປະກັນການອ້າງອີງທີ່ຖືກຕ້ອງ ແລະ ປ້ອງກັນການລອກກ່າຍຜົນງານ (Plagiarism) ຢ່າງເດັດຂາດ.
3. ເງື່ອນໄຂ ແລະ ການກະກຽມ
3.1 ເງື່ອນໄຂຜູ້ເຂົ້າຮ່ວມ
- ເປັນ ພະນັກງານຄູ-ອາຈານ ແລະ ນັກຄົ້ນຄວ້າວິໄຈ ທີ່ກຳລັງດຳເນີນການຄົ້ນຄວ້າ ຫຼື ການຂຽນເອກະສານຄົ້ນຄວ້າວິຊາການ
- ມີ ທັກສະຄອມພິວເຕີພື້ນຖານ (ໃຊ້ Word, Email, Browser ໄດ້)
- ບໍ່ຈໍາເປັນ ຕ້ອງ ມີ ປະສົບການ AI ມາກ່ອນ
3.2 ການກະກຽມກ່ອນຝຶກ
- ອຸປະກອນ: Laptop / Tablet
- ສາມາດເຊື່ອມຕໍ່ອິນເຕີເນັດ Wifi ໄດ້
- ບັນຊີ Email NUOL: ຖ້າຍັງບໍ່ມີ ຫຼື ລືມລະຫັດເຂົ້າສາມາດຕິດຕໍ່ຜູ້ຮັບຜິດຊອບຈັດຝຶກອົບຮົມໄດ້
- ຂໍ້ມູນ: ກຽມຫົວຂໍ້ ຫຼື ໂຄງການຄົ້ນຄວ້າ ແລະ ໄຟລ໌ເອກະສານຕ່າງໆ ເພື່ອນຳໄປເປັນແບບຝຶກຫັດ ແລະໄປໃຊ້ກັບວຽກຂອງຕົນເອງໃນພາຍຫຼັງ
4. ເຄື່ອງມື AI ທີ່ ນໍາໃຊ້ (AI Tools Used)
5. ຄາດຄະເນ່ຜົນໄດ້ຮັບ
• ຜູ້ເຂົ້າຮ່ວມສາມາດຈັດການ, ຈັດເກັບ ເອກະສານອ້າງອີງ ແລະ ໄຟລ໌ຂໍ້ມູນຕ່າງໆ ໄດ້ຢ່າງເປັນລະບົບ ພ້ອມທັງສາມາດໃສ່ລະບົບອ້າງອີງໃນບົດຂຽນໄດ້ຢ່າງຖືກຕ້ອງຕາມຫຼັກວິຊາການ.
• ສາມາດຍົກລະດັບຄຸນນະພາບຂອງສື່ ແລະ ຮູບແບບການນຳສະເໜີຜົນງານວິຊາການ ໃຫ້ມີຄວາມຊັດເຈນ, ສວຍງາມ ແລະ ມີຄວາມເປັນມືອາຊີບສູງຂຶ້ນ.
• ສ້າງບຸກຄະລາກອນທີ່ຮູ້ນຳໃຊ້ເຕັກໂນໂລຊີ AI ຢ່າງເທົ່າທັນ, ມີຄວາມຮັບຜິດຊອບ ແລະ ປະຕິບັດຕາມຫຼັກຈັນຍາບັນທາງວິຊາການ ເພື່ອປ້ອງກັນການລອກກ່າຍຜົນງານ.
• ຍົກລະດັບທັກສະດິຈິຕອນ (Digital Skills) ຂອງຄູ-ອາຈານ ແລະ ນັກຄົ້ນຄວ້າ ມຊ ໃຫ້ສາມາດນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການສະໜັບສະໜູນ ແລະ ຂັບເຄື່ອນວຽກງານຄົ້ນຄວ້າວິທະຍາສາດໃຫ້ມີຄຸນນະພາບ.
ວາລະການຝຶກອົບຮົມ
ການຍົກລະດັບວຽກງານຄົ້ນຄວ້າວິທະຍາສາດດ້ວຍ AI ຂັ້ນສູງ
ມື້ທີ 1: ພື້ນຖານ ແລະ ທິດສະດີ AI | ການນໍາໃຊ້ Perplexity
| 08:00-08:30 | ລົງທະບຽນ |
| 08:30-09:00 | ກ່າວຈຸດປະສົງ |
| 09:00-09:30 | ກ່າວເປີດພິທີ ແລະ ຖ່າຍຮູບລວມ |
| 09:30-9:45 | ພັກຜ່ອນຮັບປະທານອາຫານວ່າງ |
| 09:30-10:30 | AI ຄືຫຍັງ? ປະຫວັດ ແລະ ວິວັດທະນາການ, ປະເພດ AI (ML, Deep Learning, GenAI), ພາບລວມ AI ໃນວົງຈອນຄົ້ນຄວ້າ |
| 10:30-12:00 | การຄົ້ນຫາ Perplexity ທຽບ Google Scholar, ຂຽນ Query ວິຊາການ, ຮູ້ຈັກ Citation |
| 12:00-13:30 | ພັກຜ່ອນຮັບປະທານອາຫານທ່ຽງ |
| 13:30-14:30 | ການຄົ້ນຫາເອກະສານໃນຫົວຂໍ້ຂອງຕົນ, ປະເມີນຄວາມໜ້າເຊື່ອຖືຂອງແຫຼ່ງຂໍ້ມູນ, ຫຼີກລ່ຽງ Citation ຄຸນນະພາບຕໍ່າ |
| 14:30-14:45 | ພັກຜ່ອນຮັບປະທານອາຫານວ່າງ |
| 14:45-15:45 | Workshop: ຝຶກການຄົ້ນຫາເອກະສານໃນຫົວຂໍ້ຂອງຕົນ ແລະ ການສ້າງ Citation |
| 15:45-16:00 | ສະຫຼຸບສັງລວມກິດຈະກໍາ ມື້ທີ 1 |
ມື້ທີ 2: NotebookLM + Gemini
| 08:30-10:00 | AI ບົນຂໍ້ມູນຕົນເອງ: ຕັ້ງຄ່າ NotebookLM ດ້ວຍຊຸດ PDF ວິຊາການ, ສະຫຼຸບ, ດຶງ Key Findings, ປຽບທຽບ Studies, ໃຊ້ Gemini Thematic Analysis |
| 10:00-10:15 | ພັກຜ່ອນຮັບປະທານອາຫານວ່າງ |
| 10:15-12:00 | (ສືບຕໍ່) AI ບົນຂໍ້ມູນຕົນເອງ: ຕັ້ງຄ່າ NotebookLM ດ້ວຍຊຸດ PDF ວິຊາການ, ສະຫຼຸບ, ດຶງ Key Findings, ປຽບທຽບ Studies, ໃຊ້ Gemini Thematic Analysis |
| 12:00-13:30 | ພັກຜ່ອນຮັບປະທານອາຫານທ່ຽງ |
| 13:30-14:30 | ສ້າງ Literature Review Notebook, ຮ່າງ Outline |
| 14:30-14:45 | ພັກຜ່ອນຮັບປະທານອາຫານວ່າງ |
| 14:45-16:00 | ກວດ AI Summary ທຽບຕົ້ນສະບັບ, ຫຼີກລ້ຽງ Over-reliance on AI |
ມື້ທີ 3: ການນໍາໃຊ້ Mendeley
| 08:30-10:00 | Mendeley: ສ້າງ Library, ນໍາເຂົ້າ PDF, ຈັດ Metadata, ຮູບແບບ Citation (APA/IEEE), ຈັດໂຄງສ້າງ IMRaD / ຂໍ້ສະເໜີໂຄງການ |
| 10:00-12:00 | (ສືບຕໍ່) Mendeley: ສ້າງ Library, ນໍາເຂົ້າ PDF, ຈັດ Metadata, ຮູບແບບ Citation (APA/IEEE), ຈັດໂຄງສ້າງ IMRaD / ຂໍ້ສະເໜີໂຄງການ |
| 12:00-13:30 | ພັກຜ່ອນຮັບປະທານອາຫານທ່ຽງ |
| 13:30-14:30 | ນໍາເຂົ້າ References, ເຊື່ອມ Mendeley ກັບ Word/Google Docs, Cite-while-you-write, ແກ້ Cite Error ທີ່ພົບ |
| 14:30-14:45 | ພັກຜ່ອນຮັບປະທານອາຫານວ່າງ |
| 14:45-16:00 | (ສືບຕໍ່) ນໍາເຂົ້າ References, ເຊື່ອມ Mendeley ກັບ Word/Google Docs, Cite-while-you-write, ແກ້ Cite Error ທີ່ພົບ |
ມື້ທີ 4: ການນໍາໃຊ້ Canva + Gemini
| 08:30-10:00 | ການນໍາໃຊ້ Gemini: ຮ່າງ Abstract ສະບັບງ່າຍ, ຄໍາຖາມຄົ້ນຄວ້າ, ຈຸດປະສົງການຄົ້ນຄວ້າ |
| 10:00-10:15 | ພັກຜ່ອນຮັບປະທານອາຫານວ່າງ |
| 10:15-12:00 | ແນະນໍາ ເຄື່ອງມື Canva ແລະ ລົງທະບຽນນໍາໃຊ້ |
| 12:00-13:30 | ພັກຜ່ອນຮັບປະທານອາຫານທ່ຽງ |
| 13:30-14:30 | ປ່ຽນຜົນຂໍ້ມູນການຄົ້ນຄວ້າ ເປັນຮູບພາບ, Canva: ໂປສເຕີ Research, Slide presentation, Infographic |
| 14:30-14:45 | ພັກຜ່ອນຮັບປະທານອາຫານວ່າງ |
| 14:45-16:00 | (ສຶບຕໍ່) Workshop: ສ້າງ Research Poster / Seminar Slide ຈາກວຽກຂອງຕົນ, Design Clarity, Data Viz, ທົດສອບ Peer Review ກ່ຽວກັບສື່ທີ່ສ້າງ |
ມື້ທີ 5: Workshop ແລະ ການນໍາສະເໜີ
| 08:30-09:30 | ທົບທວນ Tools ທຸກຢ່າງ, Q&A session, ແລກປ່ຽນ Best Practice |
| 09:30-10:00 | ແຕ່ລະທ່ານ ສ້າງ Seminar Slide ຈາກວຽກຄົ້ນຄວ້າຂອງຕົນ 1 ຫົວຂໍ້ |
| 10:00-10:15 | ພັກຜ່ອນຮັບປະທານອາຫານວ່າງ |
| 10:15-12:00 | (ສືບຕໍ່) ສ້າງ Seminar Slide ຈາກວຽກຄົ້ນຄວ້າຂອງຕົນ 1 ຫົວຂໍ້ |
| 12:00-13:30 | ພັກຜ່ອນຮັບປະທານອາຫານທ່ຽງ |
| 13:30-14:30 | ແຕ່ລະທ່ານ ນໍາສະເໜີ 10 ນາທີ, Feedback ຈາກ ວິທະຍາກອນ + ກຸ່ມ |
| 14:30-14:45 | ພັກຜ່ອນຮັບປະທານອາຫານວ່າງ |
| 14:45-15:30 | (ສືບຕໍ່) ແຕ່ລະກຸ່ມນໍາສະເໜີ 10 ນາທີ, Feedback ຈາກ ວິທະຍາກອນ + ກຸ່ມ |
| 15:30-16:30 | ສະຫຼຸບຖອດຖອນບົດຮຽນ, ມອບໃບຢັ້ງຢືນ ແລະ ກ່າວປິດພິທີ |
ເບິ່ງຂໍ້ມູນເພີ່ມເຕີມຢູ່ເວັບໄຊທ໌ ມຊ