ກັບຄືນ EDU Software & FONT Autodesk Student Guide
Autodesk Logo

ຄູ່ມືການລົງທະບຽນ Autodesk Education (ຟຣີ 1 ປີ)

ຂັ້ນຕອນການຮັບສິດນຳໃຊ້ໂປຣແກຣມ AutoCAD, Revit, Fusion 360, 3ds Max ຟຣີ ສຳລັບນັກສຶກສາ ແລະ ຄູອາຈານ ມຊ.

📌 ສິ່ງທີ່ຕ້ອງກຽມກ່ອນລົງທະບຽນ:

ຂັ້ນຕອນທີ 1

ເຂົ້າສູ່ເວັບໄຊທ໌ Autodesk Education Center

ກົດເຂົ້າລິ້ງ Autodesk Education Free Software ແລ້ວກົດປຸ່ມ "Get Started".

ຂັ້ນຕອນທີ 2

ສ້າງບັນຊີ (Create Account)

ປ້ອນຂໍ້ມູນສ່ວນຕົວຕາມຂັ້ນຕອນ:

  • Educational Role: ເລືອກ Student (ນັກສຶກສາ) ຫຼື Educator (ຄູອາຈານ)
  • Country: ເລືອກ Laos
  • Institution Name: ພິມ National University of Laos
  • Email: ໃຊ້ ອີເມວ @nuol.edu.la ເທົ່ານັ້ນ
ຂັ້ນຕອນທີ 3

ຢືນຢັນອີເມວ (Verify Email)

ກວດເບິ່ງຂໍ້ຄວາມໃນ Inbox ຂອງອີເມວ @nuol.edu.la ແລ້ວກົດ "Verify Email" ເພື່ອຢືນຢັນຕົວຕົນ.

ຂັ້ນຕອນທີ 4

ອັບໂຫຼດເອກະສານຢືນຢັນສິດ (Upload Document)

ອັບໂຫຼດຮູບ ບັດນັກສຶກສາ ຫຼື ໃບຢັ້ງຢືນການຮຽນ ທີ່ມີຊື່-ນາມສະກຸນ, ຊື່ ມຊ, ແລະ ປີການສຶກສາປັດຈຸບັນ.

💡 ໝາຍເຫດ: ລະບົບຈະໃຊ້ເວລາກວດສອບປະມານ 1-48 ຊົ່ວໂມງ. ຫຼັງຈາກອະນຸມັດ, ທ່ານຈະໄດ້ຮັບອີເມວ Confirm ຈາກ Autodesk.

ຂັ້ນຕອນທີ 5

ດາວໂຫຼດ ແລະ ຕິດດັ້ງ Software

ເມື່ອໄດ້ຮັບສິດແລ້ວ, ສາມາດເຂົ້າໄປທີ່ Education Product Page ເພື່ອເລືອກດາວໂຫຼດ AutoCAD, Revit, Fusion 360 ຫຼື 3ds Max ໄດ້ເລີຍ.

🔗 ລິ້ງທີ່ກ່ຽວຂ້ອງຈາກ Autodesk: